The Chinese chemical destroyed the Samneua’s people way of life in Houaphanh Province, Laos.

Samneua

The Chinese chemical destroyed Samneua’s people way of life in Houaphanh Province, Laos.

ທັງເວົ້າທັງນ້ຳຕາໄຫຼ. ມີນ້ຳບໍ່ໄດ້ໃຊ້ບໍ່ໄດ້ກິນ, ມີດິນບໍ່ໄດ້ປູກບໍ່ໄດ້ສ້າງ, ສວນຜັກສວນນາງຕາຍແຫ້ງຂາດນ້ຳຫົດ… ມີນ້ຳບໍ່ໄດ້ຫາປາ ມີນາບໍ່ໄດ້ປູກເຂົ້າ ພີ່ນ້ອງໄທເຮົາຊິຢູ່ກິນແນວໃດ

ກອງປະຊຸມປຶກສາຫາລືຂອງອຳນາດການປົກຄອງ ແລະ ປະຊາຊົນກຸ່ມຫີ້ມ ວັນທີ່ 13 ເມສາ 2024 ທີ່ຜ່ານມາ. (ຂາດນາຍບ້ານ ບ້ານເຕື້ອມບໍ່ໃຫ້ຄວາມຮ່ວມມື, ບໍ່ມາປະຊຸມ ແລະ ໂທລະສັບກໍ່ບໍ່ຮັບສາຍ. ໄດ້ຍິນໄທບ້ານບອກວ່າໄດ້ຮັບເງິນໂຄງການຂຸດຄົ້ນຫີນທີ່ບ້ານເຕື້ອມ, ເລີຍຫຼີກລ້ຽງການມາປະຊຸມ).

ທຸກຄົນທັງເວົ້າທັງນ້ຳຕາຊຶມ. ປີໃໝ່ລາວຮອດແລ້ວ ຕ້ອງເອົານ້ຳເຂົ້າໃສ່ນາ ຕ້ອງເອົາປາໄປປ່ອຍ. ແຕ່ປີນີ້ປະຊາຊົນເຂດນີ້ຍັງລໍຖ້າໃຫ້ພາກສ່ວນທີ່ກ່ຽວຂ້ອງມາແກ້ໄຂຊ່ວຍ, ຍ້ອນນ້ຳແວ່ນ ແລະ ນ້ຳຊຳຕອນກາງ ຖືກຜົນກະທົບຈາກສານເຄມີທີ່ຮົ່ວໄຫຼລົງຫ້ວຍຕະບູ້ນ ແລະ ຫ້ວຍມັນ, ໄຫຼລົງສູ່ນ້ຳແວ່ນ ແລະ ນ້ຳຊຳຕອນກາງ ແຕ່ວັນທີ່ 22 ກຸມພາ 2024 ເຊິ່ງມີຜົນກະທົບທາງກົງແລະທາງອ້ອມຕໍ່ການດຳລົງຊີວິດຂອງປະຊາຊົນ 36 ບ້ານ.

ມາຮອດປັດຈຸບັນຍັງບໍທັນມີພາກສ່ວນທີ່ກ່ຽວຂ້ອງ ທີ່ໜ້າເຊື່ອຖືລົງມາຊ່ວຍແກ້ໄຂເທື່ອ ນອກຈາກພາກສ່ວນບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ເຊິ່ງເປັນຜູ້ຂຸດຄົ້ນໂຄງການດັ່ງກ່າວ ແລະ ວິຊາການຂອງໂຄງການລົງມາອະທິບາຍໃຫ້ປະຊາຊົນວ່າ: ນ້ຳຫ້ວຍຕະບູ້ນ ແລະ ຫ້ວຍມັນມີສານເຄມີ ບໍ່ໃຫ້ປະຊາຊົາໃຊ້ນ້ຳ. ແຕ່ວ່ານ້ຳແວ່ນ ແລະ ນ້ຳຊຳ ພັດບອກໃຫ້ປະຊາຊົນສາມາດໃຊ້ນ້ຳໄດ້ປົກກະຕິ. ແຕ່ວ່ານ້ຳຫ້ວຍຕະບູ້ນ ແລະ ຫ້ວຍມັນໄຫຼລົງສູ່ສາຍນ້ຳແວ່ນ, ສາຍນ້ຳແວ່ນໄຫຼສູ່ສາຍນ້ຳຊຳ.

ດັ່ງນັ້ນປະຊາຊົນຍັງບໍ່ສາມາດເຊື່ອບົດລາຍງານດັ່ງກ່າວ. ເພາະຍັງມີປາ, ງົວ, ຄວາຍ ທະຍອຍຕາຍຢູ່ເລື້ອຍໆ. ຜູ້ທີ່ລົງເຮັດກິດຈະກຳໃນນ້ຳກໍ່ເປັນຕຸ່ມຄັນຄາຍຜິວໜັງຢ່າງຮ້າຍແຮງ.

ຮອດເດືອນນີ້ ກາຍຍາມເອົານ້ຳເຂົ້ານາແລ້ວ, ແຕ່ປະຊາຊົນຍັງບໍ່ສາມາດເອົານ້ຳເຂົ້າໄດ້.

ໃນປັດຈຸບັນ ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ຍັງດຳເນີນການຂຸດຄົ້ນຢ່າງຂຸ້ນຂ້ຽວ ເຖິງແມ່ນວ່າຈະມີແຈ້ງການໃຫ້ໂຈະໂຄງການດ່ວນຈາກກະຊວງ ພະລັງງານ ແລະ ບໍ່ແຮ່ ເລກທີ 0919/ພບ.ຫກ ລົງວັນທີ 6 ມີນາ 2024 ແລ້ວກໍ່ຕາມ. ສະແດງວ່າໂຄງການນີ້ກຳລັງດຳເນີນໄປໂດຍບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ.

ດັ່ງນັ້ນຂໍສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງລົງມາຊ່ວຍແກ້ໄຂໂດຍດ່ວນ.

 

https://www.facebook.com/story.php?story_fbid=827685132720772&id=100064378794420&rdid=l9ov6psw9p2SzMVN