Activity

State Department

ບັນຫາ ການລະເມີດ ສິດທິມະນຸສ, ອິດທິພົລຈີນ ໃນລາວ

(March 8, 2023 @ 2:00 PM at State Department)

ບັນຫາ ການລະເມີດ ສິດທິມະນຸສ ໃນ ສ​ປ​ປລາວ ແລະ ການຂຍາຍ ອິດທິພົລຈີນ ໃນລາວ ຍັງເປັນບັນຫາສຳຄັນ ທີ່ທາງການສະຫະຣັຖ ອາເມຣິກາ ໃຫ້ຄວາມສົນໃຈ, ຕິດຕາມຢ່າງໃກ້ຊິດ ແລະ ຊຸມຊົນລາວ ໃນສະຫະຣັຖ ກໍຕິດຕາມບັນຫາດັ່ງກ່າວ, ພ້ອມທັງ ມີການໃຫ້ຂໍ້ມູນ ກັບທາງການສະຫະຣັຖ ເປັນແຕ່ລະໄລຍະໆ.

ພອນ ພູມ​ມີ​ທອນ ມີຣາຍງານ ມາສເນີທ່ານ ໃນລຳດັບຕໍ່ໄປ.

ເມື່ອວັນທີ່ 9 ມີນາ 2023 ທີ່ຜ່ານມານີ້, ທ່ານ ດຣ. ຣີຊາດ ໄຊສົມມອນ ພ້ອມດ້ວຍຄະນະ, ໃນຖານະຜູ້ຕາງໜ້າ ໃຫ້ແກ່ອົງການ “ລາວໂຮມລາວ ເພື່ອປະຊາທິປະໄຕ”, ທີ່ມີສຳນັກງານ ຕັ້ງຢູ່ ປະເທດສະຫະຣັຖ ອາເມຣິກາ ໄດ້ເດີນທາງໄປຍັງ ນະຄອນຫຼວງ ວໍ່ຊິ່ງຕັ້ນ ດີຊີ, ສະຫະຣັຖ ອາເມຣິກາ ເພື່ອເຂົ້າຮ່ວມກອງປະຊຸມ ກັບເຈົ້າໜ້າທີ່ ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໃນການໃຫ້ຂໍ້ມູນ ແລະ ສເນີໃຫ້ມີ ການແກ້ໄຂບັນຫາ ກ່ຽວກັບ ການລະເມີດສິດທິມະນຸສ ໃນປະເທດລາວ ແລະ ການຂຍາຍອິດທິພົລຈີນ ໃນທຸກໆມິຕິ ໃນລາວ, ອັນເປັນ ການເຂົ້າໃຫ້ຂໍ້ມູນ ຕາມວະຣະປົກກະຕິ ຮ່ວມກັບ ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ທີ່ເພິ່ນເປັນເຈົ້າພາບ ຈັດຂຶ້ນ.

ທ່ານ ດຣ. ຣີຊາດ ພ້ອມດ້ວຍຄະນະ ໃນຖານະ ທີ່ເປັນໂຕແທນອົງການ ຂອງຊາວລາວ-ອາເມຣິກັນ ທີ່ຕິດຕາມບັນຫາ ການລະເມີດ ສິດທິມະນຸສ ໃນປະເທດລາວ ໂດຍສະເພາະ ໄດ້ໃຫ້ຂໍ້ມູນ ແລະ ໄດ້ເຈຣະຈາກັນ ເພື່ອສເນີໃຫ້ ທາງການສະຫະຣັຖ ຫາວິທີແກ້ໄຂ ບັນຫາ 4 ຢ່າງ ອັນປະກອບມີ ບັນຫາ ການລະເມີດ ສິດທິມະນຸສ ໃນລາວ, ຜົລກະທົບຕ່າງໆ ຈາກການຂຍາຍອິດທິພົລຈີນ ໃນທຸກມິຕິ ທີ່ພວມເກີດຂຶ້ນ ຢູ່ໃນປະເທດລາວ, ການຂໍໃຫ້ປ່ອຍຊາວໜຸ່ມລາວ ທີ່ຖືກສານຕັດສິນ ໃຫ້ເປັນ ນັກໂທສທາງການເມືອງ ແລະ ຖືກຂັງຄຸກ ເປັນເວລາຍາວນານ ແລະ ການທວງຖາມ ໃຫ້ມີ ການສືບສວນສອບສວນ ການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ. ດັ່ງທ່ານ ດຣ. ຣີຊາດ ໄຊສົມມອນ ໄດ້ໃຫ້ ສັມພາດ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມີນາ ທີ່ຜ່ານມາ ພາຍຫຼັງທີ່ທ່ານ ສຳເຣັດ ການໄປຮ່ວມກອງປະຊຸມກັບ ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ວ່າ:

“ພວກເຮົາກະໄດ້ນັດ ກັບເຈົ້າໜ້າທີ່ ກະຊວງການຕ່າງປະເທດ ແລ້ວເພິ່ນກະໄດ້ເປັນ ເຈົ້າພາບ ຈັດກອງປະຊຸມ ວ່າຊັ້ນສາ. ບາດນີ້, ທາງເຈົ້າໜ້າທີ່ ກະຊວງການຕ່າງປະເທດ ກະໄດ້ເອີ້ນ ອີກກະຊວງອື່ນ ທີ່ເປັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່ຽວກັບເຣື່ອງ ທີ່ຈະເຈຣະຈາກັນ. ເນື້ອໃນ ຂອງການເຈຣະຈານີ້, ແມ່່ນ ຂ້າພະ​ເຈົ້າ ໄດ້ສົ່ງມາເປັນເກືອບ 1 ເດືອນແລ້ວ ວ່າຊັ້ນສາ, ໄດ້ສົ່ງເຂົ້າ ກະຊວງການຕ່າງປະເທດນີ້, ນັດກັນ. ພວກເຮົາ ຈະເວົ້າ ກ່ຽວກັບ ເຣື່ອງບັນຫາ ຂອງປະເທດລາວ ໄດ້ມີການລະເມີດ ສິດທິມະນຸສ, ບັນຫາທີ່ 1. ບັນຫາທີ່ 2, ແມ່ນກ່ຽວກັບເຣື່ອງການທີ່ ອິດທິພົລ ຂອງຜເດັດການຈີນ ທີ່ຂຍາຍລົງສູ່ ປະເທດລາວ ແລະ ກໍໃນເຂດພາກພື້ນ, ໂດຍມີຜົລກະທົບ ຕໍ່ຊີວິຕປະຈຳວັນ ລະກະ ເຣື່ອງການທຳມາຫາກິນ ຂອງພໍ່ແມ່ພີ່ນ້ອງ ປະຊາຊົນລາວ ຢູ່ໃນປະເທດລາວ. ພວກເຮົາ ຈະເຈຣະຈາ ກ່ຽວກັບເຣື່ອງ ຢາກໃຫ້ຣັຖບານ ສປປລາວ ປ່ອຍນັກໂທສການເມືອງ ຄື ລູກໆ-ຫຼານໆ ທີ່ເຂົາເຈົ້າສເນີ ຢາກໃຫ້ປະເທດລາວ ປ່ຽນແປງ ໄປໃນທາງທີ່ດີຂຶ້ນ. ລະຫຼັງຈາກນັ້ນ ກະມີ ການໄປຈັບ-ໄປກຸມ ເຂົາເຈົ້າ ກະໃຫ້ເຂົາເຈົ້າ ເຂົ້າຄຸກ-ເຂົ້າຄອກ ເປັນ 20-30 ປີ ປະມານນັ້ນນ່າ, ແລ້ວພວກເຮົາ ບໍ່ເຫັນພ້ອມ ໃນເຣື່ອງນີ້ນ່າ. ແນວໃດ ພວກເຮົາ ກະທວງໃຫ້ ສເນີ ໃນຄັ້ງນີ້ອີກ ວ່າຊັ້ນສາ ໃຫ້ທາງຝ່າຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທວງກັບ ຣັຖບານລາວ ຢາກໃຫ້ ເຂົາເຈົ້າປ່ອຍ ພວກນັກໂທສທາງການເມືອງ ເຫຼົ່ານີ້ອີກ, ຈັ່ງຊັ້ນຫັ້ນນ່າ. ບັນຫາທີ່ 4, ກະຄື ບັນຫາ ກ່ຽວກັບ ເຣື່ອງການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ, ພວກເຮົາ ກະຢາກໃຫ້ ທາງຝ່າຍ ຣັຖບານລາວ ຫັ້ນ, ອອກມາຊີ້ແຈງ ທີ່ມັນຖືກຕ້ອງ ຫຼາຍກວ່ານີ້ ເພາະວ່າ ທຸກໆອົງການ ໃນທົ່ວໂລກ ບໍ່ວ່າ ຈະເປັນນັກເຄື່ອນໄຫວ ດ້ານສິດທິມະນຸສ, ອົງການສິ້ງຊອມ ດ້ານສິດທິມະນຸສ, ອົງການ ສິດທິມະນຸສອື່ນໆ ເຂົາເຈົ້າ ກະຍັງລໍຖ້າ ຄຳຕອບ ຈາກຣັຖບານລາວຢູ່, ຈັ່ງຊັ້ນນ່າ.”

ທ່ານ ດຣ. ຣີຊາດ ກ່າວຕື່ມວ່າ ບັນຫາໃຫຍ່ ທີ່ທ່ານ ແລະ ອົງການ “ລາວໂຮມລາວ ເພື່ອປະຊາທິປະໄຕ” ມີຄວາມເປັນຫ່ວງທີ່ສຸດ ແລະ ຢາກໃຫ້ທາງການ ສະຫະຣັຖ ອາເມຣິກາ ຫາວິທີ ຫຼື ສ້າງກົລໄກແກ້ໄຂ ໃນລະດັບ ຣັຖບານ ກໍແມ່ນ ບັນຫາການຂຍາຍອິດທິພົລຈີນ ທີ່ພວມເຂົ້າມາ ສ້າງບັນຫາ ໃຫ້ກັບພໍ່ແມ່ພີ່ນ້ອງ ປະຊາຊົນລາວ ໃນຫຼາຍແຂວງ ຜ່ານໂຄງການຕ່າງໆ, ໂດຍສະເພາະ ຜ່ານໂຄງການ ເຂດເສຖກິຈພິເສດ ທີ່ບາງແຫ່ງ ແມ່ນມີການໃຊ້ ຄວາມຮຸນແຮງ ຢ່າງປ່າເຖື່ອນ, ມີການຄ້າມະນຸສ ຈົນມີຄົນຫຼາຍຊາຕ ຕົກເປັນເຫຍື່ອ ຂະບວນການຄ້າມະນຸສ ແລະ ມີການຄ້າຂາຍ ສິ່ງທີ່ຜິດກົດໝາຍ ໃນສະຖານທີ່ ຫຼື ເຂດສັມປະທານ ອັນທີ່ ເອີ້ນວ່າ ເປັນເຂດເຖສກິຈພິເສດ ນັ້ນ.

Dr. Richard Saisomorn

ທ່ານ ດຣ. ຣີຊາດ ໄຊສົມມອນ ເຂົ້າຮ່ວມກອງປະຊຸມ ກັບເຈົ້າໜ້າທີ່ ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ທີ່ນະຄອນຫຼວງວໍ່ຊິ່ງຕັ້ນ ດີຊີ.
“ເພາະວ່າ ບັນຫາ ຂອງພວກເຮົາມີ, ພວກເຮົານີ້ ຕ້ອງນຳສເນີໃຫ້ເພິ່ນ ໃຫ້ເພິ່ນ ຊອກຫາວິທີຊ່ອຍ, ວ່າຈັ່ງຊັ້ນເສັຽ. ແລ້ວບັນຫາໃຫຍ່ ອີກບັນຫາເຣື່ອງທີ່ 2 ນີ້, ເປັນບັນຫາ ຂອງປະເທດຈີນ ທີ່ຂຍາຍອິດທິພົລ ລົງສູ່ພາກພື້ນ ລາວ ກະເປັນອີກ ປະເທດນຶ່ງ ທີ່ວ່າ ຈີນ ໄດ້ຍື່ນມື ເຂົ້າໄປຄຸມ ຫຼາຍຂແນງການ ທາງຕຣົງ ແລະ ທາງອ້ອມ ຫຼາຍຢ່າງ. ພິເສດ ກະຄື ເປັນຕົ້ນວ່າ ການໄປໃຊ້ ຜືນແຜ່ນດິນລາວ, ສັມປະທານ ຜືນແຜ່ນດິນລາວ ອັນທີ່ເອີ້ນວ່າ ເຂດເສຖກິຈພິເສດ ນັ້ນ, ເພື່ອໄປສ້າງສິ່ງທີ່ ແນວຜິດກົດໝາຍຫຼາຍຢ່າງ ເກີດຂຶ້ນ ຢູ່ໃນຜືນແຜ່ນດິນລາວ. ແລ້ວພວກເຮົາ ກະຮ່ວມຮູ້ວ່າ ມີຫຼາຍສະຖານທີ່ ທີ່ຝ່າຍຣັຖບານລາວ ມອບແຜ່ນດິນ ໃຫ້ຈີນ ນີ້ ສັມປະທານ. ແຕ່ສັມປະທານ ໄປແລ້ວ, ແທນທີ່ວ່າ ຊິເອົາໄປໃຊ້ ແນວທີ່ເປັນຜົລປໂຍດ ຕໍ່ຄົນລາວ, ສຣຸບແລ້ວ ແມ່ນບໍ່ມີເລີຍ. ໄປສ້າງຄວາມເປິເປື້ອນ, ໄປສ້າງຄວາມບໍ່ຊອບມາພາກົລ ແບບຜິດສິລທັມ, ພິເສດແມ່ນ ກ່ຽວກັບ ເຣື່ອງການຄ້າມະນຸສ, ເຣື່ອງການຄ້າ ຂອງເຖື່ອນ, ຈັ່ງຊີ້ນີ້ນ່າ. ລະກະ ພວກເຮົາກະເຫັນ ໃນສື່ສັງຄົມ ອອນລາຍນ໌ ທີ່ພວກລູກລາວ-ຫຼານລາວ ຫຼືວ່າ ບາງຄົນ ກະບໍ່ແມ່ນ, ມາຈາກ ມາເລເຊັຽ, ບາງຄົນ ກະມາຈາກປະເທດໄທຍ, ບາງຄົນ ກະມາຕັ້ງແຕ່ ປະເທດບັງກະລາແດຊ ທີ່ນັກຂ່າວເຂົາເຈົ້າ ລົງຢູ່ແລ້ວນັ້ນນ່າ. ບາດນີ້, ໄປແລ້ວກະຖືກຈັບ ແລ້ວກະໄປຂ້ຽນໄປຕີ ເຂົາເຈົ້າ ລະກະເອົາໄຟ ເອົາຫຍັງ ໄປຈູດເຂົາເຈົ້າ. ອັນເຣື່ອງນີ້, ແປວ່າ ພວກເຮົາຫັ້ນ ບໍ່ພໍອົກພໍໃຈ ທາງດ້ານນີ້. ຢາກໃຫ້ ທາງຝ່າຍຣັຖບານ ອາເມຣິກາ ນີ້, ສອດສ່ອງດູແລ ຢ່າງໃກ້ຊິດ ເພື່ອເຮົາບໍ່ຢາກໃຫ້ ມີບັນຫາແບບນີ້ ເກີດຂຶ້ນກັບ ລູກລາວ-ຫຼານລາວ ຂອງພວກເຮົາ.”

ອີງຕາມ ການເລົ່າສູ່ຟັງຕື່ມ ຂອງທ່ານ ດຣ. ຣີຊາດ ແລ້ວແມ່ນວ່າ ຕໍ່ບັນຫາ ການຂຍາຍອິດທິພົລຈີນ ໃນປະເທດລາວ ທີ່ນັບມື້ນັບຮຸນແຮງ ໃນທຸກມິຕິ ແລະ ມາໃນທຸກຮູບການ ນີ້, ທາງການ ສະຫະຣັຖ ອາເມຣິກາ ເພິ່ນກໍຮັບຮູ້ດີ ຢູ່ແລ້ວ, ແຕ່ເພິ່ນກໍຢາກໄດ້ ຄວາມເຫັນ ຈາກກຸ່ມໂຕແທນ ຊຸມຊົນລາວ ໃນສະຫະຣັຖ ອາເມຣິກາ ຫຼື ຊາວລາວ-ອາເມຣິກັນ ທີ່ຕິດຕາມ ບັນຫາດັ່ງກ່າວ ຢ່າງໃກ້ຊິດ ເພື່ອຢັ້ງຢືນວ່າ ຂໍ້ມູນ ກ່ຽວກັບ ປະເທດລາວ ຫຼື ສິ່ງທີ່ເພິ່ນ ຮັບຮູ້ ກ່ຽວກັບ ບັນຫາໃນປະເທດລາວ ມັນເປັນສິ່ງ ທີ່ສອດຄ່ອງ ກັບຂໍ້ມູນ ທີ່ໂຕແທນ ຊຸມຊົນລາວ ໃນສະຫະຣັຖ ອາເມຣິກາ ມີ ແລະ ເຂົ້າໃຈ ໄປໃນທາງດຽວກັນ ແບບຄູ່ຂນານກັນໄປ.

“ບັນຫາ ທີ່ຕາມມານີ້ ກະຄື ການທີ່ປະເທດຈີນ ຂຍາຍລົງສູ່ ໃນເຂດພາກພື້ນທັງນັ້ນ, ວ່າຊັ້ນສາ. ບາງເຂດ ຫຼື ບາງປະເທດ ກະອາຈມີ ມີບັນຫາແບບອື່ນ, ແຕ່ປະເທດເຮົາ ຫັ້ນ, ພົບບັນຫາ ແບບນີ້ ໃນຕອນນີ້ ນີ້ນ່າ. ພວກເຮົາ ຈຳເປັນ ຈະຕ້ອງໄດ້ນຳສເນີ ໃຫ້ເພິ່ນ ເພາະວ່າ ປະເທດເຮົາ ເປັນຈັ່ງຊັ້ນ. ແນ່ນອນ ເພິ່ນກະຈະຕ້ອງຮູ້ ຢູ່ແລ້ວ, ແຕ່ເພິ່ນ ກະຈະຕ້ອງຢາກໄດ້ ການຢືນຢັນ ຈາກຄົນລາວເຮົາ ວ່າມັນມີຈິງ ຫຼືບໍ່ ຈັ່ງຊີ້ນີ້ນ່າ. ເພິ່ນກະໃຫ້ ຄວາມສົນໃຈ, ວ່າຊັ້ນສາ.”

ໃນລະຫວ່າງ ກອງປະຊຸມດັ່ງກ່າວ, ບັນດາ ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຮັບຟັງ ການໃຫ້ຂໍ້ມູນ ແລະ ການສເນີໃຫ້ມີ ການແກ້ໄຂບັນຫາ ດັ່ງກ່າວ ຈາກໂຕແທນ ອົງການ “ລາວໂຮມລາວເພື່ອປະຊາທິປະໄຕ” ດ້ວຍຄວາມຕັ້ງອົກ-ຕັ້ງໃຈ ແລະ ພວກເພິ່ນ ກໍສົນໃຈ ທຸກບັນຫາ ກ່ຽວກັບ ການລະເມີດສິດທິມະນຸສ ແລະ ການຂຍາຍອິດທິພົລຈີນ ທີ່ພວມເກີດຂຶ້ນ ໃນປະເທດລາວ.

“ກ່ຽວກັບ ບັນຫາເຣື່ອງນີ້, ແມ່ນເພິ່ນກະສົນໃຈ ເກືອບໝົດທຸກເຣື່ອງ, ຫັ້ນແຫຼະ, ເກືອບໝົດທຸກເຣື່ອງເລີຍ ທີ່ພວກເຮົາ ນຳສເນີ. ເພິ່ນກະບອກວ່າ ເພິ່ນຈະພະຍາຍາມ ເພິ່ນບໍ່ໄດ້ຕັດອອກ ຫຼືວ່າ ເພິ່ນຈະບໍ່ຕັດອອກ ທຸກໆບັນຫາ ທີ່ພວກເຮົາສເນີ ນີ້ ເພາະວ່າ ມັນເປັນຜົລກະທົບ ຕໍ່ພໍ່ແມ່ພີ່ນ້ອງ ປະຊາຊົນລາວ ພວກເຮົາ ໝົດທຸກຄົນ, ບໍ່ແມ່ນຜູ້ນຶ່ງຜູ້ດຽວ, ທົ່ວປະເທດ ແລະ ທັງພາກພື້ນ ອີກດ້ວຍ.”

ການເດີນທາງ ໄປເຂົ້າຮ່ວມ ກອງປະຊຸມ ທີ່ນະຄອນຫຼວງ ວໍຊິ່ງຕັ້ນ ດີຊີ ເພື່ອໃຫ້ຂໍ້ມູນ ແລະ ສເນີໃຫ້ມີ ການແກ້ໄຂບັນຫາ ກ່ຽວກັບ ການລະເມີດ ສິດທິມະນຸສ ໃນປະເທດລາວ ແລະ ການຂຍາຍ ອິດທິພົລຈີນ ໃນທຸກໆດ້ານ ໃນລາວ ຄັ້ງນີ້, ຕາງໜ້າໃຫ້ອົງການ “ລາວໂຮມລາວເພື່ອປະຊາທິປະໄຕ” ມີຈຳນວນ 4 ທ່ານ ອັນປະກອບດ້ວຍທ່ານ ດຣ. ຣີຊາດ ໄຊສົມມອນ, ທ່ານ ດອນວິກ ຟຣີດອມ, ແລະ ຜູ້ຕາງໜ້າອີກ 2 ຄົນ ຈາກຣັຖເທນເນສຊີ໋ ແລະ ຣັຖມາສາຈູເຊັ໋ດ ແລະ ຕາງໜ້າກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ມີຈຳນວນ 5 ທ່ານ ທີ່ມາຈາກໜ່ວຍງານ, ກັມມາທິການ ແລະ ກະຊວງທີ່ກ່ຽວຂ້ອງ ທີ່ເປັນ ຜູ້ຮັບຜິດຊອບວຽກງານ ການຕິດຕາມ ບັນຫາການລະເມີດສິດທິມະນຸສ ໃນປະເທດລາວ ແລະ ການຂຍາຍອິດທິພົລຈີນ ໃນລາວ.

https://www.rfa.org/lao/daily/laooverseas/human-rights-and-china-influence-in-laos-04182023153311.html


Capitol Hill

Lao Human Rights Conference at Capitol Hill, 2009

 

Capitol Hill

Thai-Lao Human Rights Conference at Capitol Hill, 2011

 

Capitol Hill

Lao Human Rights Conference at Capitol Hill, 2013

 

capital

Thai-Lao Human Rights Conference at Capitol Hill, 2015

 

Fort Smith

Lao Hom Lao Meeting at Fort Smith, ARKANSAS in 2017