ໃນວັນທີ 12 ເມສາ ທີ່ຜ່ານມາ, ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ອອກບົດຣາຍງານກ່ຽວກັບສິດທິມະນຸສ ປະຈຳປີ 2021. ເນື້ອໃນບົດຣາຍງານ ເວົ້າເຖິງບັນຫາ ການລະເມີດສິດທິມະນຸສ ຂອງແຕ່ລະປະເທດໃນໂລກ ທັງໝົດ 198 ປະເທດ ລວມທັງ ເຂດປົກຄອງຕົນເອງ. ບົດຣາຍງານສິດທິມະນຸສ ໄດ້ຍົກໃຫ້ເຫັນເຖິງບັນຫາສິດທິມະນຸສ ແລະ ປະຊາທິປະໄຕ ຖືກຄຸກຄາມ ຢູ່ປະເທດຕ່າງໆ ໂດຍສະເພາະ ເຈົ້າໜ້າທີ່ຣັຖ ໄດ້ກັກຂັງປະຊາຊົນແບບບໍ່ເປັນທັມ, ທໍຣະມານ, ຫຼື ສັງຫານນັກການເມືອງຝ່າຍຄ້ານ, ນັກເຄື່ອນໄຫວ, ນັກປົກປ້ອງສິດທິມະນຸສ ຫຼື ນັກຂ່າວ. ການຖແລງຂ່າວ ວັນທີ 12 ເມສາ 2022 ທີ່ຜ່ານມາ, ເຈົ້າໜ້າທີ່ລະດັບສູງ ຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ຂອງນຶ່ງໃນປະເດັນ ການລະເມີດສິດທິມະນຸສ ທີ່ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໃຫ້ຄວາມສຳຄັນ ກໍຄື ຣັສເຊັຽເຂົ້າມາເຮັດສົງຄາມ ໃນປະເທດຢູເຄຣນນັ້ນ ນຳໄປສູ່ການລະເມີດສິດທິມະນຸສ. ທ່ານ ແອນໂທນີ ບລິງເຄນ […]